ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 584 ປະກາດບົ່ງຕົວແຕ່ງຕັ້ງຮອງເລຂາຄະນະພັກ, ປະທານກວດກາພັກ


     ກອງພັນໃຫຍ່ 584 ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງຮອງເລຂາຄະນະພັກ, ປະທານກວດກາພັກຂຶ້ນໃນວັນທີ 04 ຕຸລາ 2023 ທີ່ຜ່ານ
ມານີ້, ໂດຍການເປັນະທານຂອງສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກໍາມະການ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມ
ໃຫຍ່ການເມືອງກອງທັບ, ມີກົມຈັດຕັ້ງພັກ, ກົມຊ່າງແສງ, ມີຄະນະພັກ - ຄະນະບັນຊາກອງພັນໃຫຍ 584 , ຄະນະພັກຮາກຖານ, ຄະນະ
ໜ່ວຍພັກຕະຫຼອດຮອດພະນັກງານ-ສະມາຊິກພັກທົ່ວກົມກອງເຂົ້າຮ່ວມ.

     ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານມະຕິຕົກລົງສະບັບເລກ
ທີ 4018/ຄພກປທ ລົງວັນທີ 01/08/2023 ວ່າດ້ວຍການປ່ຽນແທນຮອງເລຂາ ແລະ ປະທານກວດກາກວດກາພັກ ກອງພັນໃຫຍ່ 584
ໂດຍອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI ໝວດທີ II ມາດຕາທີ 13 ວ່າດ້ວຍການບົ່ງຕົວ, ແຕ່ງຕັ້ງ, ຍົກຍ້າຍ ໃນ
ນີ້ໄດ້ແຕ່ງຕັ້ງ ສະຫາຍ ພັນເອກ ບຸນທະວີ ໂພໄຊ ຫົວໜ້າການທະຫານກອງພັນໃຫຍ່ 584 ເປັນຮອງເລຂາຄະນະ ແລະ ແຕ່ງຕັ້ງ ສະຫາຍ
ພັນໂທ ບຸນເຫຼືອ ຄໍາມະວົງ ຮອງການທະຫານກອງພັນໃຫຍ່ 584 ເປັນປະທານກວດກາພັກ ທັງນີ້ກໍ່ເພື່ອເຮັດໃຫ້ລະບົບການຈັດຕັ້ງການນໍາ
ພາ-ບັນຊາ ຢູ່ໃນກອງພັນໃຫຍ່ 584 ມີການເຕີບໃຫຍ່ຂະຫຍາຍຕົວ, ມີຄວາມເຂັ້ມແຂງຮອບດ້ານ, ດ້ານການເມືອງ, ການຈັດຕັ້ງ ກາຍເປັນ
ກອງທັບທີ່ມີແບບແຜນທັນສະໄໝ.

     ໂອກາດນີ້ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກໍາມະການ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງ
ທັບ ໄດ້ໂອ້ລົມຕໍ່ບັນດາຄະນະພັກ-ຄະນະບັນຊາ ພ້ອມທັງເນັ້ນໜັກໃຫ້ບັນດາຄະນະພັກຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ເອົາໃຈໃສ່ເຊີດຊູນໍ້າໃຈຮັກຊາດ,
ສຸ່ມສະຕິປັນຍາຄວາມຮູ້ຄວາມສາມາດເຂົ້າໃນການປັບປຸງແບບແຜນວິທີເຮັດວຽກ, ເອົາໃຈໃສ່ສຶບຕໍ່ຍົກສູງຄວາມຮັບຜິດຊອບທາງດ້ານໜ້າທີ່
ການເມືອງຂອງຕົນໃນການຊີ້ນໍາ-ນໍາພາແນວຄິດໃຫ້ບັນດາພະນັກງານ-ສະມາຊິກພັກມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ
-ລັດ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜນແໜ້ນໜ້າ, ສ້າງກົມກອງໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນຕິດພັນກັບການກໍ່ສ້າງກົມກອງປອດ
ໃສ ປອດໄພ ປອດຄະດີໄປພ້ອມໆກັນ.

ແຫຼ່ງຂ່າວໂດຍ ນາງ ດວງມະນີ
ວັນທີ 06/10/2023